
ຄຳແນະນຳດ້ານສາທາລະນະສຸກເພື່ອຢຸດການແຜ່ລະບາດຂອງພະຍາດ COVID-19
Public Health Recommendations to Stop COVID-19 in Lao
ຄຳສັ່ງກຽ່ວກັບການສວມໜ້າກາກ ພາຍໃນອາຄານຢູ່ King County ສິ້ນສຸດລົງໃນວັນທີ່ 11 ມິນາ(3), 2022
ເລີ່ມແຕ່ວັນທີ່ 12 ມິນາເປັນຕົ້ນໄປ ຈະເປັນຄືແນວໃດ?
ຈະບໍ່ມີການບັງຄັບໃຫ້ສວມໜ້າກາກ ຢູ່ພາຍໃນສະຖານທີ່ສາທາລະນະ ເຊັ່ນ:
- ໂຮງຮຽນ, ສະຖານທີ່ລ້ຽງເດັກ, ແລະຫໍສະມຸດ
- ຮ້ານອາຫານແລະບາຣ
- ສະຖານທີ່ກາບໄຫວ້ຕ່າງໆ
- ສູນອອກກຳລັງກາຍ, ສູນຜັກຜອ່ນແລະໃນສະຖານທີ່່ກິລາຕ່າງໆ
- ຮ້ານຂາຍເຄື່່ອງຍອ່ຍ, ສະຖານທີ່ທຸລະກິດຕ່າງໆ, ແລະບອ່ນສ້າງຕັ້ງຮ້ານຄ້າຂາຍຍ່ອຍ
ບ່ອນທີ່ຍັງບັງຄັບໃຫ້ສວມໜ້າກາກ:
- ສະຖານດູແລສຸກຂະພາບແລະຫອ້ງການແພດ, ລວມທັງໂຮງໝໍ, ຄົນເຈັບນອກ,ໂຮງໝໍປົວແຂ້ວ, ແລະຮ້ານຂາຍຢາ
- ສະຖານທີ່ດູແລໄລຍະຍາວ
- ສະຖານທີ່ດັດສ້າງ (ຄຸກ)
ທຸລະກິດສ່ວນຕົວ, ອົງການຈັດຕັ້ງ,ໂຮງຮຽນແລະບ່ອນລ້ຽງເດັກອາດຈະຍັງເລືອກປະຕິບັດການບັງຄັບໃນການສວມໜ້າກາກຂອງເຂົາເຈົ້າເອງຢູ່. ກະລຸນາເຄົາລົບທາງເລືອກຂອງເຂົາເຈົ້າໃນການສືບຕໍ່ສວມໜ້າກາກ.
ດຳເນີນການເຫຼ່ານີ້ເພື່ອຊ່ວຍຈັດການການແຜ່ລະບາດຂອງໂຣກພະຍາດໂຄໂຮນາໄວຣັສ ແລະ ຊ່ວຍຮັກສາຄວາມປອດໄພເຊິ່ງກັນແລະກັນ.
ການປ້ອງກັນທີ່ດີທີ່ສຸດແມ່ນ ການໄດ້ຮັບຢາວັກຊີນ (ເວັບໄຊເປັນພາສາອັງກິດ). ປັດຈຸບັນນີ້ຄົນທີ່ໄດ້ຮັບຢາວັກຊີນຄົບແລ້ວສາມາດ ເຮັດກິດຈະກຳຫຼາຍຢ່າງໄດ້ຢ່າງປອດໄພ (ເວັບໄຊເປັນພາສາອັງກິດ) ແລະກຳລັງຊ່ວຍຫຼຸດຜ່ອນການແຜ່ລະບາດຂອງພະຍາດ COVID-19 ໃນຊຸມຂົນ.
ການໃສ່ໜ້າກາກໃນບ່ອນທີ່ມີຄວາມສ່ຽງສູງ (ເຊັ່ນ ສະຖານທີ່ແອອັດ) ຈະຊ່ວຍປົກປ້ອງທຸກຄົນ. ນີ້ແມ່ນສິ່ງສຳຄັນໂດຍສະເພາະໃນການປົກປ້ອງຜູ້ທີ່ບໍ່ໄດ້ຮັບການປ້ອງກັນຢ່າງເຕັມທີ່ຈາກວັກຊີນ ເຊັ່ນ ເດັກນ້ອຍ ແລະຄົນທີ່ມີອາການດ້ານສຸຂະພາບທີ່ບໍ່ສາມາດຕໍ່ສູ້ກັບເຊື້ອໄວຣັສໄດ້ດີ.
ກວດສອບການຕິດເຊື້ອ (ເວັບໄຊເປັນພາສາອັງກິດ) ວ່າທ່ານມີອາການຂອງໂຣກພະຍາດ COVID-19 ຫຼື ໄດ້ຕິດຕໍ່ພົວພັນໃກ້ຊິດກັບຜູ້ທີ່ມີຜົນກວດສອບວ່າຕິດເຊື້ອພະຍາດນີ້ຫຼືບໍ.
ຖ້າທ່ານກວດພົບການຕິດເຊື້ອ COVID-19 (ໂຄວິດ) ຫລືມີຄວາມສ່ຽງສູງທີ່ຈະຕິດພະຍາດດັ່ງກ່າວ, ທ່ານຄວນຮັບການປິ່ນປົວໂດຍດ່ວນເພື່ອຈະຊ່ວຍປ້ອງກັນທ່ານບໍ່ໃຫ້ປ່ວຍໄຂ້ເຖິງຂັ້ນຮ້າຍແຮງຫລືຕ້ອງເຂົ້ານອນໂຮງພະຍາບານ. (ຄລິກທີ່ນີ້ເພື່ອອ່ານຂໍ້ມູນທີ່ເປັນພາສາອັງກິດເທົ່ານັ້ນ: ໄດ້ຮັບການປິ່ນປົວ COVID-19 ແຕ່ໄວ.) ທ່ານຈົ່ງຖາມທ່ານໝໍປະຈຳຕົວຂອງທ່ານເບິ່ງວ່າທ່ານຄວນຮັບການປິ່ນປົວຫລືບໍ່.
ເຮັດກິດຈະກຳເປັນກຸ່ມນ້ອຍແລະເຮັດຢູ່ກາງແຈ້ງຖ້າຄົນທີ່ບໍ່ໄດ້ຮັບການສັກຢາວັກຊີນຈະເຂົ້າຮ່ວມ. ເຊື້ອໄວຣັສແຜ່ລາມໄດ້ງ່າຍໃນຮົ່ມ ດັ່ງນັ້ນທຸລະກິດຕ່າງໆ ແລະອົງການຈັດຕັ້ງສາມາດຫຼຸດຜ່ອນເຊື້ອໄວຣັສໃນອາກາດໄດ້ໂດຍການເຮັດໃຫ້ມີ ອາກາດຖ່າຍເທໄດ້ສະດວກໃນຮົ່ມ ແລະນຳໃຊ້ເຄື່ອງກອງອາກາດ (ເວັບໄຊເປັນພາສາອັງກິດ).
Link/share our site at www.kingcounty.gov/covid/lao